mastitit
ເຕົ້ານົມອັກເສບ ເກີດຈາກເຊື້ອໂຣກຈຳພວກທີ່ ເຮັດໃຫ້ເກີດໜອງ ອາດເນື່ອງຈາກການລ້ຽງດູ ຫຼື ສ່ວນປະສົມຂອງອາຫານບໍ່ຖືກຕ້ອງ ສັດກະວົນກະວາຍ ຫຼື ສັດມີບາດແຜ. ອາການມີດັ່ງນີ້:ເຕົ້ານົມຈະບວມ ແລະ ຮ້ອນ, ອາດຈະແຂງ ບໍ່ໃຫ້ລູກດູດນົມ. ການຮັກສາຕ້ອງອານາໄມເຕົ້າ ນົມດ້ວຍນໍ້າອຸ່ນຫຼາຍໆເທື່ອ ແລະ ສັກຢາຕ້ານເຊື້ອ.