dressing (killing-out) percentage
ເປີເຊັນສິ້ນສ່ວນຫຼັງຂ້າ ໄດ້ຈາກ: Nn×100
n ນໍ້າໜັກສິ້ນສ່ວນຫຼັງຂ້າ
N ນໍ້າໜັກເປັນ
ຊຶ່ງນໍ້າໜັກສິ້ນສ່ວນຫຼັງຂ້າ ຂອງໝູໄດ້ຈາກການ ເອົາເລືອດ, ຂົນ, ຫົວ ແລະ ເຄື່ອງໃນອອກ ຍົກ ເວັ້ນໄຂຫຼັງ ແລ້ວນຳສິ້ນສ່ວນຫຼັງຂ້າ ໄປແຊ່ເຢັນ ທີ່ມີອຸນຫະພູມ 3 0C ເປັນເວລາ 24 ຊົ່ວໂມງ. ເປິເຊັນສິ້ນສ່ວນຫຼັງຂ້າຂອງໝູ ໂດຍທົ່ວໄປ ມີ ຄ່າປະມານ 61-81% ທີ່ຂື້ນກັບນໍ້າໜັກ ໂດຍ ປົກກະຕິ ໝູທີ່ມີໄຂມັນຫຼາຍ ຈະມີເປີເຊັນສິ້ນ ສ່ວນຫຼັງຂ້າຫຼາຍ ແຕ່ໄຂມັນມີລາຄາຖືກວ່າຊີ້ນ ແດງ ແລະ ນອກຈາກນັ້ນ ຍັງຂື້ນກັບຈຳນວນ ອາຫານທີ່ເຫຼືອຄ້າງຢູ່ໃນລະບົບທາງເດີນອາ ຫານ. ປົກກະຕິກ່ອນຂ້າໝູຕ້ອງໃຫ້ອົດອາຫານ ປະມານ 24 ຊົ່ວໂມງ. ສຳລັບງົວ, ແບ້ ເປີເຊັນ ສິ້ນສ່ວນຫຼັງຂ້າຈະຫຼາຍ ຫຼື ໜ້ອຍແມ່ນ ຂື້ນກັບ ຄວາມໜາຂອງໜັງ. ສຳລັບເປີເຊັນສິ້ນສ່ວນຫຼັງ ການຂ້າຂອງສັດອື່ນໆ ເຊັ່ນ: ຂອງງົວ ປະມານ 40-50%.