ອັດຕາການເຕັ້ນຂອງຫົວໃຈສັດ ຕາມປົກກະຕິແລ້ວ ຈະພົວພັນກັບຂະໜາດຂອງສັດ ແລະ ພົວພັນໂດຍກົງກັບອັດຕາການເຜົາຜານ(metabolic rate). ຕົວຢ່າງ ສັດຂະໜາດໃຫຍ່ການເຕັ້ນຂອງຫົວໃຈຊ້າ ແລະ ຖ້າການເຜົາຜານ ໃນຮ່າງກາຍສູງ ຫົວໃຈຈະເຕັ້ນໄວ ອັດຕາການ ເຕັ້ນຂອງຫົວໃຈງົວ 60 – 70 ເທື່ອຕໍ່ນາທີ, ໝູ 60 – 80 ເທື່ອຕໍ່ນາທີ, ແບ້ ແລະ ແກະ 70 – 80 ເທື່ອຕໍ່ນາທີ, ໄກ່ 200 – 400 ເທື່ອຕໍ່ນາທີ