ການປະເມີນຄວາມສາມາດຂອງສັດ ໂດຍການທົດສອບຄວາມສາມາດຂອງລູກ. ໃນວິທີນີ້ ຈະໃຊ້ພໍ່ພັນ ປະສົມກັບໂຕແມ່ຫຼາຍໆໂຕ ເພື່ອໃຫ້ ໄດ້ລູກຫຼາຍໆ ແລະ ລູກທີ່ໄດ້ຈະຖືກນໍາມາລ້ຽງໃຫ້ຢູ່ໃນລະດັບດຽວກັນ ເມື່ອຮູ້ຜົນຄວາມສາມາດຂອງລູກແລ້ວ ຈຶ່ງນໍາເອົາຜົນມາຄິດໄລ່ຫາຄວາມສາມາດໃນການຖ່າຍທອດລັກສະນະຂອງພໍ່