chuck

ສ່ວນບ່າໄລ່ ຂອງສິ້ນສ່ວນຮ່າງກາຍຫຼັງຂ້າປະ ກອບດ້ວຍຫົວໄຫຼ່ລົງມາຈົນເຖິງໂຄນຂາໜ້າ ມີນໍ້າໜັກປະມານ 26% ຂອງສິ້ນສ່ວນຫຼັງຂ້າ ແລະ ຖືວ່າເປັນສ່ວນຕັດ (cut) ທີ່ມີຂະໜາດໃຫຍ່ທີ່ສຸດຂອງສິ້ນສ່ວນຫຼັງຂ້າຂອງງົວ. ຕັດອອກຈາກສິ້ນສ່ວນຮ່າງກາຍລະຫວ່າງກະດູກຂ້າງທີ 5 ແລະ 6 ໂດຍຕັດຕັ້ງສາກກັບສັນຫຼັງ. ການຕັດອອກຈາກສ່ວນເອິກ ແລະ ແຂ່ງຂາ ໂດຍຕັດທີ່ຈຸດອອກຈາກປະມານ 1 ນິ້ວ ເໜືອຂໍ້ຕໍ່ລະຫວ່າງກະດູກຂາໜ້າ (humerus) ແລະ ກະດູກແຂ່ງ (radius-ulna).